ຄຳສອນຫຼັກໃນສາສະໜາບາຮາຍ

ຄຳສອນຫຼັກໃນສາສະໜາບາຮາຍ          

  • ຄວາມເປັນໜື່ງດຽວຂອງມະນຸດຊາດ.

ຄຳສອນພື້ນຖານຂອງ ພຣະບາຮາອຸລລາຫ໌ ແມ່ນຄວາມເປັນໜື່ງດຽວຂອງ ໂລກແຫ່ງມະນຸດ. ເມື່ອ ກ່າວເຖິງມະນຸດຊາດ ພຣະອົງກ່າວວ່າ, “ເຈົ້າແມ່ນໃບໄມ້ເທິງຕົ້ນດຽວ ແລະ ໝາກໄມ້ຈາກງ່າດຽວ”. ຄວາມໝາຍກໍ່ຄື ໂລກແຫ່ງມະນຸດ ປຽບເໝືອນຕົ້ນໄມ້ຕົ້ນໜື່ງ, ບັນດາປະເທດ ຫຼື ປະຊາຊົນທັງຫຼາຍ ແມ່ນກິ່ງກ້ານສາຂາ ຈາກຕົ້ນໄມ້ນັ້ນ ແລະ ມະນຸດແຕ່ລະຄົນ ກໍ່ແມ່ນດັ່ງໝາກໄມ້ ແລະ ດອກໄມ້.

ເຖິງແມ່ນວ່າ ໃນຫຼາຍສັດຕະວັດ ແລະ ວັນເວລາໃນອະດີດ ຫົວຂໍ້ນີ້ກໍ່ໄດ້ຮັບການກ່າວເຖິງ ແລະ ໄຕ່ຕອງ ມາແດ່ແລ້ວກໍ່ຕາມ, ປັດຈຸບັນ ມັນໄດ້ກາຍເປັນປະເດັ່ນ ແລະ ເປັນຄຳຖາມທີ່ສຳຄັນ ໃນ ທາມກາງ ສະພາບທາງ ສາສະໜາ ແລະ ການເມືອງ ໃນໂລກປັດຈຸບັນ. ປະຫວັດສາດ ສະແດງໃຫ້ເຫັນ ໃນທົ່ວ ເຫດການທີ່ຜ່ານມາ ຂອງການສົງຄາມ ແລະ ການຄັດແຍ່ງ ຢ່າງຕໍ່ເນື່ອງ ລະຫວ່າງປະເທດ, ກຸ່ມຄົນ ແລະ ນິກາຍຕ່າງໆ, ແຕ່ຫາກວ່າ ດຽວນີ້ … ໃນສັດຕະວັດ ແຫ່ງຄວາມສະຫວ່າງສະໄຫວ, ດວງຫົວໃຈມະນຸດ ກຳລັງເອນເຂົ້າຫາ ການລົງເອີຍເຫັນດີ ແລະ ມິດຕະພາບ ແລະ ແນວຄິດຈິດໃຈ ຂອງມະນຸດ ສຳນຶກໄຕ່ຖາມ ເຖີງການເຂົ້າເປັນໜື່ງດຽວ ຂອງມະນຸດຊາດ.

ຄິດເບີ່ງວ່າ ຄຸນຄ່າ ແລະ ພອນອັນປະເມີນບໍ່ໄດ້ ຈະບັງເກີດ ແດ່ຄອບຄົວອັນຍິ່ງໃຫຍ່ ຂອງມະ ນຸດຊາດ ໄດ້ແນວໃດຖ້າຫາກ ຄວາມສາມັກຄີ ແລະ ຄວາມຮັກແພງ ຖືກສະຖາປະນາຂື້ນ! ໃນສັດຕະວັດນີ້ ເມື່ອຜົນປະໂຫຍດ ອັນເພີ່ມພູນຂອງຄວາມສາມັກຄີ ແລະ ຜົນກະທົບທີ່ບັ່ນທອນ ຂອງການໂຕ້ແຍ້ງ ສາມາດ ເຫັນໄດ້ຢ່າງຊັດເຈນ, ວິທີທາງ ໃນການໄຂວຄວ້າ ແລະ ການນຳມາເຊິ່ງ ຄວາມແໜ້ນແຟ້ນ ຂອງມະນຸດຊາດ ໄດ້ປະກົດຂື້ນແລ້ວໃນໂລກ.

 

ການໄຕ່ຕອງສັດຈະທຳດ້ວຍຕົນເອງ

ພຣະຜູ້ເປັນເຈົ້າ ຊົງປະທານດວງຕາ ແຫ່ງການໄຕ່ຕອງ ແດ່ມະນຸດ ໂດຍຜ່ານດວງຕານີ້ ເຂົາຈະສາມາດ ເບິ່ງເຫັນ ແລະ ຮັບຮູ້ພຣະອົງ. ພຣະອົງຊົງປະທານ ຫູໃຫ້ແກ່ມະນຸດ ເພື່ອວ່າເຂົາຈະສາມາດ ຮັບຟັງຂໍ້ຄວາມ ແຫ່ງຄວາມເປັນຈິງ ແລະ ຊົງປະທານໃຫ້ແກ່ເຂົາ ການນໍາໃຊ້ເຫດຜົນ ອັນເປັນຂອງຂວັນ ເພື່ອເຂົາຈະສາມາດ ຄົ້ນພົບສິ່ງຕ່າງໆ ໃຫ້ຕົວເຂົາເອງ. ສິ່ງເຫຼົ່ານີ້ ແມ່ນເຄື່ອງປະທານ ແລະ ອຸປະກອນ ສຳລັບການໄຕ່ຕອງ ເຖິງຄວາມເປັນຈິງ. ມະນຸດບໍ່ໄດ້ຖືກຕັ້ງ ໃຫ້ເບິ່ງເຫັນ ຜ່ານຕາຂອງຜູ້ອື່ນ, ຮັບຟັງ ຈາກຫູຂອງຜູ້ ອື່ນ ຫຼື ຄິດຄຳນຶງເຫັດຜົນ ດ້ວຍສະໝອງຂອງຄົນອື່ນ. ມະນຸດແຕ່ລະຄົນ ແມ່ນລ້ວນແຕ່ ໄດ້ຮັບການປະທານ, ພະລັງ ແລະ ຄວາມຮັບຜິດຊອບ ຂອງໃຜ່ລາວ ໃນແຜນການອັນສ້າງສັນ ຂອງພຣະຜູ້ເປັນເຈົ້າ.

 

ພື້ນຖານອັນເປັນກາງຂອງທຸກສາສະໜາ

ພື້ນຖານຂອງທຸກສາສະໜາ ຂອງພຣະຜູ້ເປັນເຈົ້າ ເປັນໜື່ງດຽວ. ທຸກສາສະໜາ ແມ່ນມີຮາກຖານ ໃນຄວາມເປັນຈິງ. ຄວາມເປັນຈິງນັ້ນ ບໍ່ສາມາດມີຫຼາຍແບບໄດ້, ແຕ່ເຖິງຢ່າງນັ້ນ ໃນກຸ່ມມະນຸດ ຍັງເກີດມີ ຄວາມແຕກຕ່າງ ລະຫວ່າງສາສະດາ ຂອງພຣະຜູ້ເປັນເຈົ້າ. ບາງຄົນ ຖືສາສະໜາ ໂຊໂຣຍສເຕີ, ບາງຄົນຖື ສາສະໜາພຸດ, ບາງຄົນ ຢິວ, ຄຣິດຕຽນ, ໂມຮາມັດ ແລະ ອື່ນໆ. ນີ້ໄດ້ກາຍເປັນຈຸດກຳເນີດ ແຫ່ງການແບງແຍກ ໃນເມື່ອຄຳສອນ ຂອງດວງວິນຍານຜູ້ສັກສິດ ຜູ້ເຊິ່ງກໍ່ຕັ້ງສາສະໜາ ອັນປະເສີດເຫຼົ່ານີ້ ແມ່ນມີໃຈຄວາມ ແລະ ສັດຈະທັມໜື່ງດຽວ ທຸກທ່ານເຫຼົ່ານີ້ ໄດ້ຮັບໃຊ້ໂລກຂອງມະນຸດ … ທຸກທ່ານເຫຼົ່ານີ້ ໄດ້ຊີ້ນຳດວງວິນຍານອື່ນໆ ໄປສູ່ການໄຂວຄວ້າ ເອົາຄວາມອຸດົມ, ແຕ່ລະຫວ່າງຊາດຕ່າງໆ ບາງການລອກຮຽນແບບ ຂອງຮູບການບູຊາ ຕາມບັນພະບູລຸດ ໄດ້ເກີດຂື້ນ. ການຮຽນແບບເຊັ່ນນີ້ ບໍ່ແມ່ນພື້ນຖານ ແລະ ປັດໃຈສຳຄັນ ຂອງສາສະໜາປະເສີດ. ນອກຈາກວ່າ ການຮຽນແບບເຊັ່ນນີ້ ແຕກຕ່າງຈາກສັດຈະທັມ ແລະ ຄຳສອນຫຼັກ ຂອງບັນດາສາສະດາ ຂອງພຣະຜູ້ເປັນເຈົ້າແລ້ວ, ຍັງມີການແບ່ງແຍກ ແລະ ລັງກຽດ ລະຫວ່າງ ສາສະໜາແບບເຮັດຕາມນີ້. ການແບ່ງແຍກທາງສາສະໜາ ໄດ້ກາຍເປັນເຫດແຫ່ງ ສົງຄາມ ແລະ ການຕໍ່ສູ້. ຖ້າພວກເຮົາຖິ້ມປະ ພິທີກຳລອກຮຽນແບບ ທີ່ຫຼ້າຫຼັງເຫຼົ່ານີ້ ແລະ ໄຕ່ຕອງສຳຫຼວດ ສັດຈະທັມທີ່ແທ້ຈິງ ເຮົາທັງໝົດ ຈະກາຍເປັນໜື່ງດຽວ. ການໂຕ້ແຍ້ງ ຈະບໍ່ຫຼົງເຫຼືອ, ການຕໍ່ຕ້ານຈະຫາຍໄປ. ໝົດທຸກຄົນ ຈະສື່ສຳພັນກັນ ໃນມິດໄມຕີ. ໝົດທຸກຄົນ ຈະເກີດປິຕິ ຈາກຄວາມຕິດໜ່ຽວ ອັນແໜ້ນແຟ້ນ ລະຫວ່າງມິດສະຫາຍ. ໂລກແຫ່ງສັບພະສິ່ງ ຈະເຂົ້າສູ່ຄວາມສະຫງົບ. ເມກທີ່ມືດມົວ ຂອງການລອກຮຽນແບບທີ່ບອດມືດ ແລະ ກົດພິທີ່ກຳຕ່າງໆ ຈະແຕກກະຈາຍ ແລະ ຈາງຫາຍໄປ; ດວງຕາເວັນແຫ່ງສັດຈະທັມ ຈະສ່ອງແສງ ຢ່າງຮຸ່ງເຮືອງທີ່ສຸດ.

 

 

 

ການກົມກຽວຢ່າງລຶກເຊິ່ງ ຂອງວິທະຍາສາດ ແລະ ສາສະໜາ

 

ສາສະໜາ ຕ້ອງໄປຕາມກົດວິທະຍາສາດ ແລະ ເຫດຜົນ, ບໍ່ດັ່ງນັ້ນກໍ່ຖືວ່າ ເປັນຄວາມງົມງວາຍ. ພຣະຜູ້ເປັນເຈົ້າ ໄດ້ຊົງສ້າງມະນຸດຂຶ້ນ ເພື່ອເຂົາຈະສາມາດສໍານຶກໄດ້ ເຖິງຫຼັກຄວາມຈິງ ຂອງການມີຊີວິດຢູ່ ແລະ ໄດ້ຊົງປະທານໃຫ້ແກ່ເຂົາ ຈິດສໍານຶກ ແລະ ເຫດຜົນ ເພື່ອການຄົ້ນພົບ ຄວາມຈິງ. ດັ່ງນັ້ນ ຄວາມຮູ້ທາງວິທະຍາສາດ ແລະ ຄວາມເຊື່ອທາງສາສະໜາ ຈໍາຕ້ອງເຂົ້າກັບຮູບແບບ ຂອງການວິເຄາະໄຕ່ຕອງ ໃນສ່ວນກົນໄກອັນປະເສີດ ຂອງມະນຸດນີ້.

 

ຄວາມສະເໝີພາບ ລະຫວ່າງ ຍິງ ແລະ ຊາຍ

ມັນຈໍາເປັນຈະຕ້ອງມີ ຄວາມສະເໝີພາບ ໃນສິດທິລະຫວ່າງ ຍິງ ແລະ ຊາຍ. ແມ່ຍິງ ຄວນໄດ້ຮັບ ສິດທິທີ່ເທົ່າທຽມ ທາງດ້ານການສຶກສາ. ອັນນີ້ຈະຊ່ວຍໃຫ້ເຂົາ ສ້າງຄຸນສົມບັດທີ່ພຽງພໍ ແລະ ສາມາດກ້າວໜ້າ ໃນທຸກລະດັບອາຊີບ ແລະ ຄວາມສໍາເລັດ. ເພາະວ່າໂລກຂອງມະນຸດຊາດ ປະກອບດ້ວຍປີກສອງຂ້າງ, ຍິງ ແລະ ຊາຍ. ຖ້າຫາກປີກຂ້າງໜຶ່ງ ຂາດຄວາມສາມາດ ແລະ ໃຊ້ການບໍ່ໄດ້, ມັນຈະຖ່ວງດຶງກໍາລັງ ຂອງອີກຂ້າງໜຶ່ງ, ແລະການບິນຢ່າງສົມບູນ ຈະເປັນໄປບໍ່ໄດ້. ດັ່ງນັ້ນ ຄວາມຄົບຖ້ວນ ແລະ ສົມບູນຂອງໂລກມະນຸດ ຂຶ້ນຢູ່ກັບການພັດທະນາ ຢ່າງເທົ່າທຽບ ຂອງສອງປັດໃຈນີ້.

 

ການລົບລ້າງ ການແບ່ງແຍກ ທຸກຊະນິດ

ການແບ່ງແຍກທຸກຊະນິດ, ບໍ່ວ່າຈະເປັນທາງດ້ານ ສາສະໜາ, ຊົນເຜົ່າ, ເຊື້ອຊາດ ຫຼື ດ້ານການເມືອງ ແມ່ນເປັນເຫດ ການທໍາລາຍ ຂອງພື້ນຖານອັນປະເສີດ ໃນມະນຸດຊາດ, ທຸກສົງຄາມ ແລະ ການນອງເລືອດ ໃນປະຫວັດສາດຂອງມະນຸດ ແມ່ນລ້ວນແລ້ວແຕ່ເປັນຜົນໄດ້ຮັບ ຂອງການແບ່ງແຍກ. ໂລກແມ່ນບ້ານເກີດພູມລໍາເນົາ ບ່ອນດຽວ. ພຣະຜູ້ເປັນເຈົ້າໄດ້ສ້າງມະນຸດຊາດ ດ້ວຍສິ່ງປະທານ ແລະ ສິດທິໃນການໃຊ້ຊີວິດ ບົນໂລກນີ້ຢ່າງເທົ່າທຽມກັນ. ເໝືອນທີ່ຕົວເມືອງ ເປັນບ້ານຂອງທຸກຜູ້ຢູ່ອາໃສ ເຖິງແມ່ນວ່າໃນນັ້ນ ແຕ່ລະຄົນ ຈະມີເນື້ອທີ່ຂອງໃຜລາວ, ເຊັນດຽວກັນ ພື້ນພິພົບໂລກ ກໍ່ຄືແຜ່ນດິນ ບ້ານເກີດ ອັນກວ້າງໃຫຍ່ ສໍາລັບເຊື້ອຊາດທັງໝົດຂອງມະນຸດ.

 

ການສຶກສາບັງຄັບ ແບບສາກົນ

… ສໍ່າທີ່ຮູ້ກັນວ່າ ຄວາມບໍ່ຮູ້ ແລະ ຄວາມດ້ອຍການສຶກສາ ເປັນການກັ້ນລະຫວ່າງມະນຸດຊາດ, ທຸກຄົນຈໍາຕ້ອງໄດ້ຮັບ ການຝຶກອົບຮົມ ແລະ ແນະນໍາ. ໂດຍຜ່ານການສະໜອງດັ່ງນີ້ແລ້ວ ການຂາດຄວາມເຂົ້າອົກເຂົ້າໃຈ ຈະໄດ້ຮັບການຢຽວຢາ ແລະ ຄວາມເປັນໜຶ່ງດຽວ ຂອງມະນຸດຊາດ ຈະສືບຕໍ່ກ້າວໜ້າ. ການສຶກສາສາກົນ ເປັນກົດສາກົນຂໍ້ໜຶ່ງ. ດັ່ງນັ້ນ ມັນຈຶ່ງຈໍາເປັນ ທີ່ຜູ້ເປັນພໍ່ທຸກທ່ານ ຈະຕ້ອງສິດສອນ ແລະ ແນະນໍາບຸດຂອງເຂົາ ຕາມຄວາມສາມາດຂອງໃຜລາວ. ຖ້າຫາກເຂົາບໍ່ສາມາດ ໃຫ້ການສຶກສາດ້ວນຕົນເອງ, ການຈັດຕັ້ງ, ຕາງໜ້າປະຊາຊົນ, ຈໍາຕ້ອງສະໜອງ ແບບທາງການສຶກສາ ໃຫ້ແກ່ພວກເຂົາ.

 

ທາງອອກທາງຈິດວິນຍານ ຕໍ່ປັນຫາທາງເສດຖະກິດ

ໃນບັນດາຜົນຮັບຕ່າງໆ ຂອງການປະກົດຕົວ ຂອງແຮງດັນທາງຈິດວິນຍານ ໜຶ່ງໃນນັ້ນ ແມ່ນໂລກມະນຸດ ຈະໄດ້ປັບຕົວເອງ ໃຫ້ກາຍເປັນຮູບແບບສັງຄົມໃໝ່, ຄວາມຍຸຕິທໍາແຫ່ງພຣະຜູ້ເປັນເຈົ້າ ຈະປາກົດເປັນຈິງ ໃນທົ່ວທຸກແງ່ມຸມ ຂອງຊີວິດມະນຸດ ແລະ ຄວາມສະເໝີພາບຂອງມະນຸດ ຈະຖືກສະຖາປະນາ ແບບສາກົນ. ຜູ້ທຸກຍາກ ຈະໄດ້ຮັບການປະທານອັນຍິ່ງໃຫຍ່ ແລະ ຜູ້ຮັ່ງມີ ຜູ້ທີ່ກໍາລັງ ລື່ນເລີງ ກັບຄວາມຫຼູຫຼາ ແລະ ຄວາມສຸກສະບາຍຢ່າງລົ້ນພົ້ນ, ພວກເຂົາກໍ່ຍັງປາສະຈາກ ຄວາມສຸກນິລັນດອນ; ເພາະຄວາມສຸກນິລັນດອນ ແມ່ນເອົາມາໄດ້ ຈາກການໃຫ້ ແລະ ຜູ້ທຸກຍາກ ກໍາລັງຢູ່ໃນສະພາບ ຂາດເຂີນອັດຕະຄັດ ໃນທຸກຫົນແຫ່ງ. ຜ່ານການປາກົດຕົວອັນຍິ່ງໃຫຍ່ ຂອງຄວາມສົມດຸນ ແຫ່ງພຣະຜູ້ເປັນເຈົ້າ ຜູ້ທຸກຍາກໃນໂລກ ໄດ້ຮັບການຕອບແທນ ແລະ ຊ່ວຍເຫຼືອຢ່າງເຕັມທີ່ ແລະ ຈະເກີດມີການປັບປ່ຽນໃໝ່ ຂອງສະພາບເສດຖະກິດ ຂອງມະນຸດຊາດ ເພື່ອວ່າໃນອານາຄົດ ຈະບໍ່ມີຜູ້ຮັ່ງມີ ຢ່າງຜິດທໍາມະດາ ແລະ ຜູ້ທຸກຍາກ ຢ່າງອັດຕະຄັດ. ຜູ້ຮັ່ງມີ ຈະໄດ້ຮັບຄວາມສຸກ ຈາກສິດທິ ແຫ່ງສະພາບເສດຖະກິດໃໝ່ນີ້ ເຊັ່ນດຽວກັນກັບຜູ້ທຸກຍາກ, ເພາະຕາມການດຸ່ນດ່ຽງ ໃນການສະໜອງສັບ ແລະ ການລະງັບ ເຂົາຈະບໍ່ສາມາດ ເພີ່ມພູນຄວາມຮັ່ງມີ ຫຼາຍຈົນກາຍເປັນທຸກ ຍ້ອນການບໍລິຫານສັບນັ້ນ, ໃນລະຫວ່າງທີ່ຜູ້ທຸກຍາກ ຈະໄດ້ຮັບການບັນເທົາ ຈາກຄວາມກົດດັນ ຂອງຄວາມຢາກ ແລະ ຄວາມເສົ້າໝອງ.

 

ພາສາກາງສາກົນ

ພຣະສາສະດາ ພຣະບາຮາອຸລລາຫ໌ ໄດ້ຊົງປະກາດ ການນຳໃຊ້ພາສາສາກົນ. ພາສາໃດພາສາໜື່ງ ຕ້ອງຖືກເຫັນດີນຳໃຊ້ ເພື່ອຄວາມເປັນໜື່ງດຽວ ຈະບັງເກີດຂື້ນໃນໂລກ. ແຕ່ລະບຸກຄົນ ຈະຕ້ອງໄດ້ຮັບ ການຝຶກອົບຮົມໃນສອງພາສາ, ຄືພາສາເກີດ ແລະ ພາສາກາງສາກົນ. ສິ່ງນີ້ຈະຊ່ວຍຊຸກຍູ້ ການສື່ສານ ແລະ ການລົບລ້າງ ການເຂົ້າໃຈຜິດ ກຳແພງແບ່ງກັ້ນຂອງພາສາ ໄດ້ເປັນເຫດໃຫ້ເກີດສິ່ງ ເຫຼົ່ານີ້ໃນໂລກ.