ຄວາມເຊື່ອຂອງຊາວບາຮາຍ

“ສາສະນະທູດຜູ້ສັກສິດເຫຼົ່ານີ້ ປຽບດັ່ງການມາເຖິງ ຂອງລະດູໃບໄມ້ປົ່ງໃນໂລກມະນຸດ… ເພາະວ່າ ໃນແຕ່ລະລະດູໃບໄມ້ປົ່ງ ກໍ່ແມ່ນເວລາແຫ່ງການເກີດໜໍ່ແໜງໃໝ່… “ – ອັບດຸລບາຮາ

ສາສະໜາບາຮາຍ ເລີ່ມຕົ້ນດ້ວຍພາລະກິດ ທີ່ໄດ້ຮັບມອບໝາຍໂດຍພຣະຜູ້ເປັນເຈົ້າ ໃຫ້ແກ່ຜູ້ສົ່ງສານ ສະຫວັນ (ສາສະນາທູດ) – ພຣະບ໊ອບ ແລະ ພຣະບາຮາອຸລລາຫ໌. ໃນປັດຈຸບັນ, ຄວາມເປັນໜື່ງ ດຽວ ທີ່ແຕກຕ່າງຢ່າງເຫັນໄດ້ຊັດເຈນ ຂອງສາສະໜາທີ່ທ່ານທັງສອງ ໄດ້ລິເລີ່ມນັ້ນ ມີກິ່ງກ້ານມາຈາກ ຄຳຊີ້ນຳ ອັນເຈາະຈົງ ໂດຍພຣະບາຮາອຸລລາຫ໌ ທີ່ໄດ້ຮັບປະກັນຄວາມຕໍ່ເນື່ອງ ຕາມຄຳແນະນຳ ພາຍຫຼັງທີ່ພຣະອົງໄດ້ປະລິນິພານແລ້ວ. ເສັ້ນສາຍການມອບໝາຍນີ້, ເອີ້ນວ່າ ພຣະປະທິນຍາ, ໄດ້ໄປຈາກພຣະບາຮາອຸລລາຫ໌ ເຖິງ ບຸດຊາຍຂອງພຣະອົງ ພຣະອັບດຸລບາຮາ, ແລະ ຫຼັງຈາກນັ້ນ ໄປຈາກພຣະອັບດຸລບາຮາ ເຖິງ ຫຼານຊາຍຂອງພຣະອົງ, ທ່ານໂຊກີ ເອຟເຟນດີ, ແລະ ຕໍ່ໂດຍ ສະພາຍຸດຕິທຳສາກົນ, ຕາມການມອບໝາຍ ຂອງພຣະບາຮາອຸລລາຫ໌. ຊາວບາຮາຍ ຍອມຮັບອຳນາດອັນປະເສີດ ຂອງພຣະບ໊ອບ ແລະ ພຣະບາຮາອຸລລາຫ໌ ແລະ ບັນດາຜູ້ສືບທອດ ທີ່ຖືກແຕ່ງຕັ້ງມາ.

 

ພຣະບ໊ອບ

(1819 – 1850)

ພຣະບ໊ອບ ເປັນຜູ້ປະກາດການກຳເນີດ ຂອງສາສະໜາບາຮາຍ. ໃນກາງຍຸກສັດຕະວັດທີ 19, ພຣະອົງປະກາດວ່າ ພຣະອົງເອງ ຄືຜູ້ຖືສານທີ່ລິດຄິດໄວ້ ເພື່ອການປ່ຽນແປງ ຊີວິດທາງຈິດວິນຍານ ຂອງມະນຸດຊາດ. ພາລະກິດຂອງພຣະອົງ ແມ່ນການກະກຽມທາງ ເພື່ອການສະເດັດມາ ຂອງສາສະໜະທູດ ອົງທີ່ສອງ ຈາກພຣະຜູ້ເປັນເຈົ້າ, ຜູ້ຍິງໃຫຍ່ກວ່າພຣະອົງເອງ, ຜູ້ທີ່ຈະມາ ເປີດສັກກະຫຼາດໃໝ່ ແຫ່ງສັນຕິພາບ ແລະ ຄວາມຍຸດຕິທຳ.

 

 

ພຣະບາຮາອຸລລາຫ໌

(1817 – 1892)

ພຣະບາຮາອຸລລາຫ໌ ມີຄວາມໝາຍວ່າ “ຄວາມຮຸ່ງເຮືອງຂອງພຣະຜູ້ເປັນເຈົ້າ” – ແມ່ນຜູ້ທີ່ໄດ້ມາຕາມ ສັນຍາ ໂດຍການທຳນາຍຂອງພຣະບ໊ອບ ແລະ ໂດຍສາສະໜະທູດ ອົງກ່ອນໆໃນອະດີດ. ພຣະບາຮາອຸລລາຫ໌ ຊົງລຳລຽງການຮັບຮູ້ໃໝ່ ແຫ່ງພຣະຜູ້ເປັນເຈົ້າໃຫ້ແກ່ມະນຸດຊາດ. ຂໍ້ຄວາມນັບພັນໆວັກ, ຈົດໝາຍ ແລະ ຄຳພີຕ່າງໆ ຫຼັ່ງໄຫຼ່ອອກມາຈາກປາກກາຂອງພຣະອົງ. ໃນບົດຂຽນ ຫຼື ຄຳສອນຂອງພຣະອົງ, ພຣະອົງໄດ້ຊົງ ວ່າງຮູບແບບໂຄງຮ່າງ ເພື່ອການພັດທະນາ ຂອງອາລິຍະທຳໂລກ ທີ່ລວມເອົາທັງທາງດ້ານຈິດວິນຍາ ແລະ ວັດຖຸຂອງຊີວິດມະນຸດ. ເພື່ອສິ່ງນີ້ ພຣະອົງໄດ້ອົດທົນເປັນເວລາ 40 ປີ ຕໍ່ການຖືກຄຸມຂັງ, ທໍລະມານ ແລະ ເນລະເທດ.

 

ພຣະອັບດຸລບາຮາ

(1844 – 1921)

ໃນພິໄນກຳຂອງພຣະອົງ, ພຣະບາຮາອຸລລາຫ໌ ໄດ້ຊົງແຕ່ງຕັ້ງ ບຸດຊາຍກົກຂອງພຣະອົງ, ພຣະ ອັບດຸລບາຮາ, ໃຫ້ເປັນຜູ້ທີ່ຮັບອະນຸມັດໃຫ້ ຕີຄວາມໝາຍ ຂອງບົດຄຳສອນຂອງພຣະອົງ ພ້ອມທັງ ເປັນຜູ້ນຳສາສະໜາ. ຕະຫຼອດພາກຕາເວັນອອກ ເຖິງ ຕາເວັນຕົກ, ພຣະອັບດຸລບາຮາ ໄດ້ກາຍເປັນທີ່ຮູ້ຈັກ ໃນນາມທ່ານທູດແຫ່ງສັນຕິພາບ, ເປັນມະນຸດແບບຢ່າງ, ແລະ ເປັນຜູ້ນຳໜ້າ ຂອງສາສະໜາໃໝ່.

 

ໂຊກີ ເອຝ໌ເຟນດີ

(1897 – 1957)

ທ່ານ ສາສະໜະພິບານ (ຜູ້ປົກປ້ອງ ສາສະໜາ) ຂອງສາສະໜາບາຮາຍ ຜູ້ໄດ້ຮັບການແຕ່ງຕັ້ງໂດຍ ພຣະອັບດຸລບາຮາ, ຜູ້ເປັນຫຼານກົກຂອງພຣະອົງ, ທ່ານ ໂຊກີ ເອຝເຟນດີ, ໃຊ້ເວລາ 36 ປີ ລ້ຽງດູ ແລະ ພັດທະນາສາສະໜາ ຢ່າງເປັນລະບົບ, ເພີ່ມຄວາມເລິກເຊິງໃນຄວາມເຂົ້າໃຈ, ແລະ ສ້າງຄວາມເຂັ້ມແຂງ ໃນຄວາມເປັນໜື່ງດຽວ ຂອງຊຸມຊົນບາຮາຍ, ໃນລະຫວ່າງທີ່ຊຸມຊົນນີ້ ໄດ້ເຕີບໃຫຍ່ຂື້ນ ນັບມື້ນັບສະທ້ອນໃຫ້ເຫັນ ຄວາມຫຼາກຫຼາຍຂອງທົ່ວທຸກເຊື້ອຊາດມະນຸດ.

 

ສະພາຍຸຕິດທຳສາກົນ

(ກໍ່ຕັ້ງຂື້ນໃນປີ 1963)

ການພັດທະນາ ຂອງສາສະໜາບາຮາຍທົ່ວໂລກໃນປັດຈຸບັນ ແມ່ນໄດ້ຮັບການຊີ້ນຳ ໂດຍສະພາຍຸດຕິ ທຳສາກົນ. ໃນຄຳພີຂອງພຣະອົງ ພຣະບາຮາອຸລລາຫ໌ ໄດ້ຊົງໃຫ້ຄຳຊີ້ແນະໄວ້ ແກ່ສະພາຍຸດຕິ ທຳສາກົນ ໃຫ້ສົ່ງເສີມແຮງດັນທາງບວກ ໃຫ້ກັບຄວາມຜາສຸກຂອງມະນຸດຊາດ, ສົ່ງເສີມການສຶກສາ, ສັນຕິພາບ ແລະ ຄວາມຮັງມີລະດັບໂລກ, ແລະ ປົກປ້ອງກຽດຂອງຄວາມເປັນມະນຸດ ແລະ ຈຸດຢືນຂອງສາສະໜາ.